ບັນຊີເງິນຝາກLink: url

ຝາກກະແສລາຍວັນParameter: cur
ຝາກປະຫຍັດParameter: sav
ຝາກມີກຳນົດParameter: ter

ບັນຊີເງິນຝາກກະແສລາຍວັນLink: url

     ບັນຊິເງິນຝາກກະເເສລາຍວັນ ເປັນບັນຊີເງິນຝາກທີ່ບໍ່ມີກຳນົດ, ນຳໃຊ້ເເຊັກເປັນສິ່ງຢັ້ງຢືນໃນການຊຳລະສະສາງຕ່າງໆເຈົ້າຂອງບັນຊີເເມ່ນສາມາດເຊັນເເຊັກສັ່ງຈ່າຍເເທນການນຳໃຊ້ເງິນສົດ ບັນຊີປະເພດນີ້ເໝາະສຳລັບຜູ້ດຳເນີນທຸລະກິດ ເເລະ ບຸກຄົນທົ່ວໄປທີ່ຕ້ອງການນຳໃຊ້ເເຊັກໃນການຈ່າຍເງິນຈຳນວນຫຼາຍພາຍໃນປະເທດໂດຍບໍ່ຕ້ອງໃຊ້ເງິນສົດ ເເລະ ນໍາໃຊ້ແຊັກແທນ. ທ່ານສາມາດເປີດບັນຊີກະແສລາຍວັນກັບສະຖາບັນ ການເງິນຈຸລະພາກທີ່ຮັບເງິນຝາກ ເອສເອສບີ ຈຳກັດ. 

ອັດຕາດອກເບ້ຍLink: url

ບັນຊີນີ້ແມ່ນບໍ່ມີດອກເບ້ຍ

ຈຳນວນເງິນເປີດບັນຊີຂັ້ນຕ່ຳLink: url

100.000 ກີບ / ຄັ້ງ / ບັນຊີ

ຜົນປະໂຫຍດLink: url

  • ເປັນບັນຊີເພື່ອໃຊ້ໃນການໝູນວຽນເພື່ອປະກອບທຸລະກິດ.
  • ໃຊ້ແຊັກໃນການເບີກຈ່າຍ ແລະ ຊໍາລະຄ່າສິນຄ້າ/ການບໍລິການ ແທນການນຳໃຊ້ເງິນສົດ.
  • ສາມາດຝາກ-ຖອນ ແລະ ໂອນເງິນ ໃດ້ຕາມຈຸດບໍລິການລູກຄ້າຂອງ ສກຈຮ ເອສເອສບີ ທຸກວັນລັດຖະການ.
  • ສາມາດຂໍຢັ້ງຢືນແຊັກເພື່ອຈ່າຍໃຫ້ລູກຄ້າ ຫຼື ນຳໃຊ້ເພື່ອຄ້ຳປະກັນການປະມູນໃດ້.
  • ສາມາດນຳໃຊ້ເພື່ອຢັ້ງຢືນຖານະທາງການເງິນ.

ເງື່ອນໄຂLink: url

  1. ເຈົ້າຂອງບັນຊີຕ້ອງເກັບຮັກສາປຶ້ມແຊັກໄວ້ໃນທີ່ທີ່ປອດໄພ ແລະ ຕ້ອງຢູ່ໃນສະພາບປົກກະຕິ.
  2. ນຳໃຊ້ແຊັກໃນການເຄື່ອນໄຫວບັນຊີທຸກຄັ້ງ.
  3. ກໍລະນີຕ້ອງການນຳແຊັກໄປຖອນ ຫຼື ໂອນເຂົ້າບັນຊີຢູ່ຕ່າງສະຖາບັນການເງິນ ຫຼື ທະນາຄານ ຕ້ອງໄດ້ນຳແຊັກມາຂໍຢັ້ງຢືນຈາກເຈົ້າໜ້າທີ່ ສກຈຮ ເອສເອສບີ ກ່ອນ.
  4. ແຊັກມີອາຍຸການນຳໃຊ້ 180 ວັນ ນັບຕັ້ງແຕ່ມື້ທີ່ໄດ້ສັ່ງຈ່າຍເປັນຕົ້ນໄປ.
  5. ຫ້າມບໍ່ໃຫ້ລະບຸເນື້ອໃນການສັ່ງຈ່າຍທີ່ມີລັກສະນະສອງເງື່ອນໄຂເປັນເດັດຂາດ ເຊັ່ນ: ຈ່າຍໃຫ້ຮ້ານຂາຍລົດ/ທ້າວ ກ, ຈ່າຍໃຫ້ຮ້ານຂາຍເຄື່ອງໄຟຟ້າ/ສົດ, ຈ່າຍໃຫ້ທ້າວ ກ/ສົດ ເຫຼົ່ານີ້ເປັນຕົ້ນ.
  6. ກໍລະນີແຊັກມີການປ່ຽນແປງເນື້ອໃນການສັ່ງຈ່າຍ ເຊັ່ນ: ຊື່ ແລະ ນາມສະກຸນ, ວັນທີ ເດືອນ ປີ ສັ່ງຈ່າຍ, ຈຳນວນເງິນ ຖ້າຂິດຂ້າອອກຂຽນໃໝ່ ຕ້ອງມີການເຊັນກຳກັບຈາກເຈົ້າຂອງບັນຊີ ຕາມເງື່ອນໄຂທີ່ລະບຸໃວ້ກັບ ສກຈຮ ເອສເອສບີ ເພື່ອຢັ້ງຢືນໃນການປ່ຽນແປງຂໍ້ມູນດັ່ງກ່າວ.

ບັນຊີເງິນຝາກປະຫຍັດLink: url

     ບັນຊີຝາກປະຢັດ ເປັນອີກໜື່ງທາງເລືອກສຳລັບທຸກຄົນທີ່ມີລາຍຮັບປະຈຳຢາກທ້ອນເງິນໂດຍບໍ່ມີກຳນົດເວລາ ຫຼື ເພື່ອຕ້ອງການຄວາມຄ່ອງໂຕໃນການຝາກ-ຖອນ ເເລະ ເປັນອີກໜື່ງທາງເລືອກໃຫ້ທ່ານຮັກສາເງິນຂອງທ່ານເພື່ອບໍ່ໃຫ້ເກີດຄວາມສ່ຽງຕໍ່ການຖືກຈໍລະກຳ ຫຼື ສ່ຽງທີ່ຈະເກັບເງິນໄວ້ຢູ່ບ້ານທ່ານ ເຊິ່ງທ່ານຕ້ອງນຳໃຊ້ປຶ້ມບັນຊີເງິນຝາກປະຢັດເພື່ອເຄື່ອນໄຫວທຸລະກຳຕ່າງໆເຊັ່ນ: ຝາກ - ຖອນ ເງິນສົດ, ໂອນເງິນ ແລະອື່ນໆ. ໃນທຸກຄັ້ງທີ່ມີການເຄື່ອນໄຫວບັນຊີເງິນຝາກ ລູກຄ້າຕ້ອງຖືປື້ມເງິນຝາກປະຢັດມານຳເພື່ອບັນທຶກລາຍການທີ່ມີການເຄື່ອນໄຫວບັນຊີເງິນຝາກ ໂດຍຜ່ານປ່ອງເຄົາເຕີບໍລິການ ໃນໂມງໃຫ້ບໍລິການຂອງວັນລັດຖະການ. ນອກນັ້ນ ບັນຊີເງິນຝາກປະຢັດແມ່ນຈະໄດ້ຮັບດອກເບ້ຍ 2 ຄັ້ງຕໍ່ປີ; ໃນທ້າຍເດືອນ 6 ແລະ ທ້າຍເດືອນ 12 ຂອງທຸກໆປີ.

ອັດຕາດອກເບ້ຍLink: url

ອັດຕາດອກເບ້ຍ 4% ຕໍ່ປີ

ຈຳນວນເງິນເປີດບັນຊີຂັ້ນຕ່ຳLink: url

50.000 ກີບ / ຄັ້ງ / ບັນຊີ

ຜົນປະໂຫຍດLink: url

  • ເປັນບັນຊີເພື່ອໃຊ້ໃນການປະຢັດເງິນ, ຊ່ວຍໃນການທ້ອນເງິນ ແລະ ມີຄວາມສະດວກໃນການຝາກ-ຖອນເງິນສົດ ແລະ ໂອນເງິນຕ່າງໆ.
  • ໃດ້ຮັບຜົນຕອບແທນຄືດອກເບ້ຍທີ່ສູງ ເຊິ່ງທາງ ສກຈຮ ເອສເອສບີ ຈະຈ່າຍດອກເບ້ຍ 2 ຄັ້ງຕໍ່ປີ; ໃນທ້າຍເດືອນ 6 ແລະ ທ້າຍເດືອນ 12 ຂອງທຸກໆປີ ຕາມອັດຕາດອກເບ້ຍເງິນຝາກທີ່ທາງ ສກຈຮ ປະກາດໃຊ້ ແຕ່ລະໄລຍະ.
  • ຈະໄດ້ຮັບປຶ້ມບັນຊີເງິນຝາກໃວ້ເປັນຫຼັກຖານໃນການຝາກເງິນ ແລະ ເຄື່ອນໄຫວບັນຊີ.
  • ບໍ່ໄດ້ເສຍຄ່າທຳນຽມ ຫຼື ຄ່າບໍລິການສຳລັບການເປີດບັນຊີໃໝ່ ແລະ ປຶ້ມບັນຊີເງິນຝາກ ໃນເບື້ອງຕົ້ນ.
  • ສາມາດນຳໃຊ້ເພື່ອຢັ້ງຢືນຖານະທາງການເງິນ.

ເງື່ອນໄຂLink: url

  1. ປຶ້ມບັນຊີເງິນຝາກໃຊ້ໄດ້ສະເພາະເຈົ້າຂອງບັນຊີເທົ່ານັ້ນ, ບໍ່ສາມາດໃຫ້ບຸກຄົນອື່ນນຳໃຊ້ແທນໄດ້
  2. ເຈົ້າຂອງບັນຊີຕ້ອງຮັກສາປຶ້ມບັນຊີເງິນຝາກໄວ້ທີ່ປອດໄພ, ຖ້າເກີດກຳລະນີປຶ້ມເສຍຫາຍ ຕ້ອງແຈ້ງໃຫ້ທາງ ສກຈຮ ເອສເອສບີ ຮັບຊາບຢ່າງເປັນລາຍລັກອັກສອນໂດຍດ່ວນ.
  3. ໃນກໍລະນີຂໍອອກປື້ມບັນຊີເງິນຝາກຫົວໃໝ່ (ປຶ້ມເປື້ອນ,ຈີກຂາດ ຫຼື ເສຍຫາຍ) ແມ່ນທາງ ສກຈຮ ເອສເອສບີ ຈະເກັບຄ່າທຳນຽມ ຫຼື/ແລະ ຕາມລະບຽບທີ່ປະກາດໃຊ້ໃນແຕ່ລະໄລຍະ.

ເງິນຝາກມີກຳນົດ(ຮູບເເບບຮັບດອກເບ້ຍ ເມື່ອຄົບກຳນົດ)Link: url

ບັນຊີເງິນຝາກມີກໍານົດ ຫຼື ເງິນຝາກປະຈຳ ແມ່ນໝາຍເຖິງບັນຊີເງິນຝາກທີ່ມີຜົນຕອບແທນຂອງອັດຕາດອກເບັ້ຍສູງກ່ວາບັນຊີເງິນຝາກປະຢັດ, ເຊິ່ງເປັນການລົງທຶນທີ່ມີຄວາມສ່ຽງຕໍ່າດ້ວຍອັດຕາຜົນຕອບແທນທີ່ ຄົງທີ່ຕາມກໍານົດເວລາທີ່ລູກຄ້າເລືອກລົງທຶນ ຄື: 3 ເດືອນ, 6 ເດືອນ, 1 ປີ, ສູງກ່ວາ 1 ປີ ແລະ ອື່ນໆ.

ລູກຄ້າສາມາດເປີດບັນຊີເງິນຝາກ ໃນປະເພດ ຄື: ປະເພດບຸກຄົນທົ່ວໄປ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ.

ອັດຕາດອກເບ້ຍLink: url

  • ຝາກກຳນົດ 03 ເດືອນ: ອັດຕາດອກເບ້ຍ 5%/ປີ.
  • ຝາກກຳນົດ 06 ເດືອນ: ອັດຕາດອກເບ້ຍ 7%/ປີ.
  • ຝາກກຳນົດ 12 ເດືອນ: ອັດຕາດອກເບ້ຍ 8%/ປີ.
  • ຝາກກຳນົດ 24 ເດືອນ: ອັດຕາດອກເບ້ຍ 9%/ປີ.
  • ຝາກກຳນົດ 36 ເດືອນ: ອັດຕາດອກເບ້ຍ 10%/ປີ.
  • ຝາກກຳນົດ 48 ເດືອນ: ອັດຕາດອກເບ້ຍ 11%/ປີ.
  • ຝາກກຳນົດ 60 ເດືອນ: ອັດຕາດອກເບ້ຍ 12%/ປີ.

ຝາກຂັ້ນຕໍ່າLink: url

  • ຝາກກຳນົດ 03 ເດືອນ: ຈຳນວນເງິນເປີດບັນຊີຂັ້ນຕໍ່າ 500,000 ກິບ/ຄັ້ງ/ບັນຊີ
  • ຝາກກຳນົດ 06 ເດືອນ: ຈຳນວນເງິນເປີດບັນຊີຂັ້ນຕໍ່າ 500,000 ກິບ/ຄັ້ງ/ບັນຊີ
  • ຝາກກຳນົດ 12 ເດືອນ: ຈຳນວນເງິນເປີດບັນຊີຂັ້ນຕໍ່າ 1,000,000 ກິບ/ຄັ້ງ/ບັນຊີ
  • ຝາກກຳນົດ 24 ເດືອນ: ຈຳນວນເງິນເປີດບັນຊີຂັ້ນຕໍ່າ 1,000,000 ກິບ/ຄັ້ງ/ບັນຊີ
  • ຝາກກຳນົດ 36 ເດືອນ: ຈຳນວນເງິນເປີດບັນຊີຂັ້ນຕໍ່າ 1,000,000 ກິບ/ຄັ້ງ/ບັນຊີ
  • ຝາກກຳນົດ 48 ເດືອນ: ຈຳນວນເງິນເປີດບັນຊີຂັ້ນຕໍ່າ 1,000,000 ກິບ/ຄັ້ງ/ບັນຊີ
  • ຝາກກຳນົດ 60 ເດືອນ: ຈຳນວນເງິນເປີດບັນຊີຂັ້ນຕໍ່າ 1,000,000 ກິບ/ຄັ້ງ/ບັນຊີ

ຜົນຕອບແທນທີ່ໄດ້ຮັບLink: url

  • ໄດ້ຮັບຜົນຕອບແທນຈາກດອກເບ້ຍສູງທີ່ແນ່ນອນໃນຊ່ວງໄລຍະເວລາທີ່ທ່ານເລືອກ.
  • ສາມາດໃຊ້ເງິນໃນບັນຊີ ເພື່ອເປັນຫຼັກຊັບຄ້ຳປະກັນໃນການຂໍສິນເຊື່ອນໍາທະນາຄານ.
  • ສາມາດຕໍ່ກຳນົດໄລຍະການຝາກເງິນເມື່ອຄົບກຳນົດໄດ້ແບບອັດຕະໂນມັດ.
  • ສາມາດໃຊ້ເພື່ອຢັ້ງຢືນຖານະການເງິນ.

ລະບຽບ ແລະ ເງື່ອນໄຂLink: url

  1. ໃບຢັ້ງຢືນເງິນຝາກມີກຳນົດ ຫຼື/ແລະ ປຶ້ມບັນຊີເງິນຝາກ ໃຊ້ໄດ້ສະເພາະເຈົ້າຂອງບັນຊີເທົ່ານັ້ນ, ບໍ່ສາມາດໃຫ້ບຸກຄົນອື່ນນຳໃຊ້ແທນໄດ້.
  2. ທຸກໆຄັ້ງທີ່ມີການຖອນ ຫຼື ປ່ຽນແປງຂໍ້ມູນໃນບັນຊີເງິນຝາກ ຜູ້ຝາກຕ້ອງໄດ້ເອົາ ໃບຢັ້ງຢືນເງິນຝາກມີກຳນົດ ຫຼື/ແລະ ປຶ້ມບັນຊີເງິນຝາກ ມາພ້ອມທຸກໆຄັ້ງ.
  3. ເຈົ້າຂອງບັນຊີຕ້ອງຮັກສາໃບຢັ້ງຢືນເງິນຝາກມີກຳນົດ ຫຼື/ແລະ ປຶ້ມບັນຊີເງິນຝາກ ໄວ້ທີ່ປອດໄພ, ຖ້າປຶ້ມເສຍຫາຍ ຕ້ອງແຈ້ງໃຫ້ ສກຈຮ ເອສເອສບີ ຮັບຊາບໂດຍດ່ວນ.
  4. ໃນກໍລະນີຂໍອອກ ໃບຢັ້ງຢືນເງິນຝາກມີກຳນົດ ຫຼື/ແລະ ປຶ້ມບັນຊີເງິນຝາກ ຫົວ/ໃບໃໝ່ (ເປິກເປື້ອນ,ຈີກຂາດ ຫລື ເສຍຫາຍ) ທາງ ສກຈຮ ເອສເອສບີ ຈະເກັບຄ່າທຳນຽມຕາມລະບຽບທີ່ປະກາດໃຊ້ໃນແຕ່ລະໄລຍະ.
  5. ຖ້າຫາກຜູ້ຝາກເງິນມີການປ່ຽນຊື່, ປ່ຽນນາມສະກຸນ ຫຼື ທີ່ຢູ່ໃໝ່ ຕ້ອງແຈ້ງໃຫ້ສະຖາບັນຊາບທັນທີ.
  6. ໃນກໍລະນີມີການບັນທຶກຂໍ້ມູນຕົວເລກເງິນຝາກ ຫຼື ຊື່ບັນຊີບໍ່ຖືກຕ້ອງ, ແມ່ນຕ້ອງແຈ້ງໃຫ້ເຈົ້າໜ້າທີ່ ສກຈຮ ເອສເອສບີ ຮັບຊາບທັນທີ ເພື່ອແກ້ໄຂໃຫ້ຖືກຕ້ອງ.
  7. ໃນກໍລະນີເຈົ້າຂອງບັນຊີບໍ່ສາມາດມາຖອນເງິນ ຫຼື ປິດບັນຊີດ້ວຍຕົນເອງໄດ້ ຕ້ອງມອບສິດໃຫ້ຜູ້ທີ່ໄວ້ໃຈໄດ້ ຢ່າງເປັນລາຍລັກອັກສອນ ໂດຍຕ້ອງລະບຸເນື້ອໃນໃຫ້ຄົບຖ້ວນເຊັ່ນ: ຈຳນວນເງິນທີ່ຕ້ອງການໃຫ້ຖອນ, ຊື່ຜູ້ຖືກມອບສິດ, ວັນທີ, ຊື່ ແລະ ເລກບັນຊີທີ່ອະນຸຍາດໃຫ້ຖອນ ພ້ອມທັງລາຍເຊັນເຈົ້າຂອງບັນຊີໃຫ້ຄົບຖ້ວນຕາມເງື່ອນໄຂທີ່ຝາກໄວ້ກັບ ສກຈຮ ເອສເອສບີ. ນອກນັ້ນເຈົ້າຂອງບັນຊີຈະຕ້ອງມອບໃບຢັ້ງຢືນເງິນຝາກມີກຳນົດ ຫຼື/ແລະ ປຶ້ມບັນຊີເງິນຝາກ ພ້ອມດ້ວຍ ບັດປະຈຳຕົວ ຫຼື passport ຂອງເຈົ້າຂອງບັນຊີ ແລະ ຂອງຜູ້ທີ່ຖືກມອບສິດ ໃຫ້ຜູ້ຖືກມອບສິດຖືມາພ້ອມ.
uploads/icon[1]_ສະໝັກເລີຍ.svgສະໝັກເລີຍ
uploads/icon[1]_ຄິດໄລ່.svgຄິດໄລ່
uploads/icon[1]_ຄ່າບໍລິການ.svgຄ່າບໍລິການ

ສິນເຊື່ອ

ສິນເຊື່ອໄລຍະສັ້ນ
ສິນເຊື່ອໄລຍະກາງ

ສິນເຊື່ອໄລຍະສັ້ນ

ເງິນກູ້ໄລຍະເວລາແຕ່ 1 ເດືອນ ຫາ 12 ເດືອນ

ອັດຕາດອກເບ້ຍ

ບໍ່ເກີນ 3.15% ຕໍ່ເດືອນ (ຄິດໄລ່ແບບຖົດຖອຍຕາມຕົ້ນທຶນ)

ຄຸນລັກສະນະ

  • ເງິນກູ້ເພື່ອໝູນວຽນທຸລະກິດ
  • ສະໜອງເງິນກູ້ໄລຍະສັ້ນ ເສີມສະພາບຄ່ອງ
  • ເງິນກູ້ເພື່ອການຊົມໃຊ້ຄົວເຮືອນ

ຄຸນສົມບັດຂອງຜູ້ກູ້ຢືມ

  • ພະນັກງານລັດ, ພະນັກງານເອກະຊົນ
  • ພໍ່ຄ້າຊາວຂາຍທີ່ມີທຸລະກິດເປັນຂອງຕົວເອງ
  • ບຸກຄົນທີ່ມີອາຊີບ ມີລາຍໄດ້

ເອກະສານປະກອບຫຼັກ

  • ສຳລັບພະນັກງານ ຕ້ອງເປັນພະນັກງານສົມບູນຂອງບໍລິສັດໃດໜຶ່ງ ເປັນເວລາ 1 ປີຂື້ນໄປ, ມີບຸກຄົນຄ້ຳປະກັນຢູ່ນະຄອງຫຼວງວຽງຈັນ
  • ສຳລັບທຸລະກິດ ຕ້ອງມີຫຼັກຊັບຄ້ຳປະກັນ ເຊັ່ນ: ໃບຕາດິນ
  • ເອກະສານກ່ຽວກັບຜູ້ກູ້ຢືມ ເຊັ່ນ: ບັດປະຈຳຕົວ, ສຳມະໂນຄົວ, ບັນຊີສຳຮອງ ຍ້ອນຫຼັງ 6 ເດືອນ

ສິນເຊື່ອໄລຍະກາງLink: url

ເງິນກູ້ແຕ່ 12 ເດືອນຂື້ນໄປ ຫາ 60 ເດືອນ

ອັດຕາດອກເບ້ຍLink: url

ບໍ່ເກີນ 3.15% ຕໍ່ເດືອນ

ຄຸນລັກສະນະLink: url

  • ເພີ່ມທຶນໃຫ້ແກ່ທຸລະກິດ ເສີມສະພາບຄ່ອງ
  • ການຈັດຊື້ອຸປະກອນ, ເຄື່ອງຈັກ, ວັດຖຸດິບ ແລະ ການບໍລິຫານ
  • ການກໍ່ສ້າງເພື່ອການຜະລິດ

ຄຸນສົມບັດຂອງຜູ້ກູ້ຢືມLink: url

  • ວິສາຫະກິດ, ເອກະຊົນ, ບຸກຄົນ
  • ພໍ່ຄ້າຊາວຂາຍທີ່ມີທຸລະກິດເປັນຂອງຕົນເອງ

ເອກະສານປະກອບຫຼັກLink: url

  1. ຂໍ້ມູນພື້ນຖານກ່ຽວກັບຜູ້ກູ້ຢືມ ເຊັ່ນ: ບັດປະຈຳຕົວ, ສຳມະໂນຄົວ
  2. ເອກະສານກ່ຽວກັບທຸລະກິດ ເຊັ່ນ: ທະບຽນວິສາຫະກິດ, ທະບຽນອາກອນ, ສັນຍາທາງທຸລະກິດ ແລະອື່ນໆ
  3. ເອກະສານດ້ານການເງິນ ເຊັ່ນ: ບັນຊີສຳຮອງ 6 ເດືອນຍ້ອນຫຼັງ
  4. ຫຼັກຊັບຄ້ຳປະກັນ ເຊັ່ນ: ໃບຕາດິນ
uploads/icon[1]_ສະໝັກເລີຍ.svgສະໝັກເລີຍ
uploads/icon[1]_ຄິດໄລ່.svgຄິດໄລ່
uploads/icon[1]_ຄ່າບໍລິການ.svgຄ່າບໍລິການ