ກ່ຽວກັບພວກເຮົາ

ປະຫວັດຄວາມເປັນມາ
ວິໃສທັດ ແລະ ພາລະກິດ
ໂຄງຮ່າງການຈັດຕັ້ງ
ຄະນະກຳມະການບໍລິຫານ
ລາຍງານຖານະການເງິນ

ປະຫວັດຄວາມເປັນມາ

ສະຖາບັນການເງິນ ຈຸລະພາກ ທີ່ບໍ່ຮັບເງິນຝາກ ເອສເອສບີ ຈຳກັດ (ສກຈບ ອອບ) ຊື່ເປັນພາສາອັງກິດ: SSB NON DEPOSIT TAKING MICROFINANCE INSTITUTION CO.,LTD ສ້າງຕັ້ງຂຶ້ນເມ່ືອວັນທີ 08 ສິງຫາ 2020 ເເລະ ຕໍ່ມາໄດ້ຂໍຫັນປ່ຽນຮູບເເບບມາໃຫ້ບໍລິການເງິນຝາກໃນປີ 2024 ຊື່ພາສາລາວ: ສະຖາບັນການເງິນ ຈຸລະພາກ ທີ່ຮັບເງິນຝາກ ເອສເອສບີ ຈຳກັດ (ສກຈຮ ອອບ) ຊື່ເປັນພາສາອັງກິດ: SSB DEPOSIT TAKING MICROFINANCE INSTITUTION CO.,LTD ຕາມໃບອະນຸຍາດ ດຳເນີນທຸລະກິດເລກທີ 08/ທຫລ ລົງວັນທີ 12 ເມສາ 2024 ເເລະ ວິສາຫະກິດເລກທີ 1651/ຈທວ ລົງວັນທີ 16 ພຶດສະພາ 2024 ສໍານັກງານຕັ້ງຢູ່ ບ້ານ ໜອງບົວທອງໃຕ້ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຮູບເເບບການລົງທຶນພາຍໃນ 100% ໂດຍກຸ່ມຜູ້ຖືຮຸ້ນ 4 ທ່ານ ດ້ວຍທຶນຈົດທະບຽນ 30,000,000,000 ກີບ ( ສາມສິບຕື້ກີບ ).

ຮູບພາບຈຳລອງສະຖາບັນ ການເງິນຈຸລະພາກ ທີ່ຮັບເງິນຝາກ ເອສເອສບີ ຈຳກັດ

ວິໃສທັດ

ສະຖາບັນການເງິນ ຈຸລະພາກ ທີ່ຮັບເງິນຝາກ ເອສເອສບີ ຈຳກັດ ເເມ່ນສະຖາບັນການເງິນທີ່ຄຽງຄູ່ກັບຄວາມສຳເລັດຂອງທຸລະກິດ ສົ່ງເສີມ ເເລະ ຊຸກຍູ້ໃຫ້ທຸລະກິດທັງຂະໜາດນ້ອຍ ເເລະ ຂະໜາດກາງ ໃຫ້ມີຄວາມກ້າວໜ້າຢ່າງເເຂງເເຮງ ເເລະ ເປັນອີກໜຶ່ງທ່າເເຮງເພື່ອສົ່ງເສີມເສດຖະກິດຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ເເລະ ມີຄວາມຍືນຍົງ.

ພາລະກິດ

ສະຖາບັນການເງິນ ຈຸລະພາກ ທີ່ຮັບເງິນຝາກ ເອສເອສບີ ຈຳກັດ ເເມ່ນສະຖາບັນການເງິນທີ່ສົ່ງເສີມການສະສົມທຶນຮອນຂອງປະຊາຊົນ ເເລະ ສາມາດສະໜອງເເຫຼ່ງທຶນສິນເຊື່ອໃຫ້ບັນດາຫົວໜ່ວຍທຸລະກິດ ຂະໜາດນ້ອຍ ເເລະ ຂະໜາດກາງ ເນັ້ນການບໍລິການທີ່ທັນສະໄໝ ວ່ອງໄວ ພ້ອມນີ້ຍັງສາມາດໃຫ້ຄຳປຶກສາເເກ່ທຸລະກິດທາງດ້ານການເງິນ ຊ່ວຍສົ່ງເສີມທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ ເເລະ ໝັ້ນຄົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ.

ໂຄງຮ່າງການຈັດຕັ້ງ

ຄະນະກຳມະການບໍລິຫານ

ທ່ານ ສີສົມບັດ ດວງວິໄລແກ້ວ
ປະທານສະພາບໍລິຫານ
ທ່ານ ນາງ ສີອຳພອນ ດວງວິໄລແກ້ວ
ຮອງປະທານສະພາບໍລິຫານ
ທ່ານ ພູຂົງ ຈັນທະຈັກ
ຄະນະກຳມະການ, ຜູ້ອຳນວຍການ
ທ່ານ ນາງ ລຳມະນີແສງ ໄຊຍະເພັດ
ຄະນະກຳມະການ
ປະທານຄະນະກວດສອບພາຍໃນ
ທ່ານ ໄຊຍະວົງ ສິນບັນດິດ
ຄະນະກຳມະການ, ຮອງອຳນວຍການ

ລາຍງານຖານະການເງິນ

ບົດລາຍງານຖານະການເງິນ ປະຈຳປີ 2024 (ຫລັງການກວດສອບ).pdf